About the job Customer Service
ພະນັກງານພົວພັນລູກຄ້າມີໜ້າຫີ່:
1. ຕິດຕໍ່ພົວພັນກັບລູກຄ້າເພື່ອເອກະສານ ນຳເຂົ້າ-ສົ່ງອອກ ແລະ ພະແນກກ່ຽວຂ້ອງພາຍໃນບໍລິສັດ
2. ເັກບກຳຂໍ້ມູນລູກຄ້າ ແລະ ບໍລິສັດ ເພື່ອປະກອບເປັນເອກະສານໃຫ້ພະນັກງານຊິບປິ້ງ ພ້ອມກັບສື່ສານຂໍ້ມູນທີ່ກ່ຽວຂ້ອງໃຫ້ກັບລູກຄຄ້າ
3. ຕິດຕາມ ເຄື່ອງເຂົ້າ-ເຄື່ອງອອກ, ປະສານງານແຕ່ລະຈຸດບ່ອນເຄີ່ອງລົງຈອດຈົນເຖິງ ຈຸດໝາຍປາຍທາງ.
4. ຮັບຜິດຊອບວຽກທີ່ພະນັກງານຂາຍໄດ້ມອບໝາຍໃຫ້ພ້ອມທັງຕິດຕາມເລີ່ືອງການຈອງລົດ, ຈອງເຮືອໃຫໄດ້ຕາມທີ່ລູກຄ້າຕ້ອງການ
5. ວາງແຜນງານລວງໜ້າເພີ່ືອຕິດຕາມລູກຄ້າ ແລະ ບໍລິສັດຂົນສົງໃຫ້ສະຫມຳສະເຫມີ, ອັບເດດການສົ່ງເຄື່ອງກັບລູກຄ້າທຸກມື້ເພື່ອຫລີກລ້ຽງການເສຍຫາຍອາດຈະເກີດຂື້ນໄດ້ທຸກເວລາ.
6. ປ້ອນຂໍ້ມູນນຳລູກຄ້າທີ່ໃຊ້ບໍລິການເຂົ້າໃນລະບົບຖານຂໍ້ມູນໄມດັດໃຫຖືກຕ້ອງ ແລະ ຕາມຕາຕະລາງທີ່ໄດ້ກຳນົດໄວ້
7. ຕິດຕາມເອກະສານກັບບໍລິສັດຕົນທາງ, ພາຍໃນປະເທດ ແລະ ປາຍທາງ ເກັບເອກະສານໃຫ້ ຄົບຸ້ວນເພື່ອສາມາດອອກໃບເກັບເງີນໃຫ້ກັບລູກຄ້າ
8. ແລະ ວຽກອີ່ນໆຫົວຫນ້າສາຍງານ ຫລື ຜູ້ຈັດການໄດ້ມອບຫມາຍໃຫ້.
+ ຄຸນນະສັມບັດ:
- ຢາງນ້ອຍຈົບຊັ້ນຕົ້ນຂື້ນໄປ ໃນຝາຍບໍລຫານ, ບໍລິການ ຫລື ຝ່າຍອື່ນໆທີ່ກ່ຽວຂ້ອງ.
- ຮບນກສຶກສາຈົບໃຫມ່ ຖ້າມີປະສົບການກ່ຽວຂ້ອງຈະພິຈາລະນາຕາມຄວາມເຫມາະສົມ
- ປະສົບການເຮັດວຽກກ່ຽວກັບພາກສ່ວນຂົນສົ່ງ ຫລື ບໍລິສັດຕ່າງປະເທດມາກ່ອນ ແມ່ນພິຈາລະນາພິເສດ
ເຮັດວຽກ ວັນຈັນ - ວັນສຸກ ເວລາ 8:30 - 17:30