About the job ບັນຊີ ພາສາຫວຽດ
1. ໜ້າທີ່ຮັບຜິດຊອບ:
+ ອອກໃບເບີກຈ່າຍເງິນ ແລະ ໃບຮັບເງິນ ຈາກຄ່າເຊົ່າ ແລະ ຄ່າບໍລິການ ພ້ອມລົງບັນຊີ ລາຍການທີ່ກ່ຽວຂ້ອງ ;
+ ອອກໃບເກັບເງິນທົ່ວໄປ ແລະ ໃບເກັບເງິນ ອາກອນມູນຄ່າເພີ່ມໃຫ້ລູກຄ້າ ທີ່ມາເຊົ່າ/ມາໃຊ້ບໍລິການ;
+ ຕິດຕາມ ໜີ້ຕ້ອງຮັບ ຈາກລູກຄ້າ ແລະ ໜີ້ຕ້ອງສົ່ງ ຜູ້ສະໜອງ ;
+ ສ້າງໃບນໍາສິນຄ້າເຂົ້າສາງ ແລະ ອອກສາງ ພ້ອມກວດນັບສິນຄ້າ ຄ້າງສາງເປັນປົກກະຕິ;
+ ຕິດຕາມລາຍຮັບ ແລະ ລາຍຈ່າຍຂອງບໍລິສັດ.
+ ສ້າງສະຫຼຸບລາຍງານຍອດຂາຍປະຈໍາມື້/ປະຈໍາອາທິດ/ປະຈໍາເດືອນ/ປະຈໍາປີ.
+ ຄຸ້ມຄອງຊັບສິນຄົງທີ່ແລະອຸປະກອນໃນຮ້ານອາຫານແລະສ້າງບົດລາຍງານກວດນັບເປັນແຕ່ລະໄລຍະ.
+ ເກັບບັນທຶກ ເອກະສານ ບັນຊີ ເຂົ້າແຟ້ມເກັບເອກະສານຢ່າງເປັນລະບຽບຮຽບຮ້ອຍ ;
+ ວຽກງານອື່ນໆທີ່ໄດ້ຮັບມອບຫມາຍໂດຍຫົວຫນ້າບັນຊີ ແລະ ຜູ້ອໍານວຍການ.
2. ເງື່ອນໄຂສະໝັກ:
+ ເປັນຄົນລາວເວົ້າພາສາຫວຽດໄດ້ດີ, ອາຍຸບໍ່ເກີນ 30 ປີ
+ ບຸລິມະສິດຄົນລາວຈົບບັນຊີ ຫລື ຂະແຫນງອຶ່ນໆ ຈາກປະເທດຫວຽດນາມຮູ້ພາສາອັງກິດ
+ ມີຄວາມສາມາດໃນການສື່ສານໄດ້ດີ.
+ ມີທັກສະໃນການເຮັດວຽກທີ່ເປັນເອກະລາດ ແລະ ທີມງານ
+ ມີຄວາມສາມາດໃນການປັບຕົວ, ຮັບປະກັນຄວາມກົດດັນສູງໃນບ່ອນເຮັດວຽກ, ກ້າວຫນ້າ, ຢາກຮຽນຮູ້
+ ມີຄວາມພ້ອມ ແລະ ສາມາດໄປຕາມໜ້າທີ່ວຽກງານໄດ້ໝອບໝາຍ
+ ບຸລິມະສິດຜູ້ທີ່ໄດ້ພາສາອັງກິດ
3. ຜົນປະໂຫຍດທີ່ໄດ້ຮັບ:
+ ເງິນເດືອນປະມານ: 7,000,000 10,000,000 ກີບ
+ ເງິນເດືອນພື້ນຖານ + ໂບນັດປະຈໍາປີ
+ ລະບົບສິດຜົນປະໂຫຍດອຶ່ນໆຕາມນະໂຍບາຍຂອງບໍລິສັດ ແລະ ຕາມກົດໝາຍຂອງ ສປປ ລາວ.