Job Openings Retail Sales Manager

About the job Retail Sales Manager

ໜ້າວຽກໂດຍລວມ

ຮຽນຮູ້ ກົດລະບຽບຂອງບໍລິສັດ ອະນຸມັດແຜນມາວຽກຂອງທີມ ແລະ ການຂາດລາມາຄອບຂອງຜູ້ຊ່ວຍ ຂັ້ນຕອນໃນການ ດໍາເນີນງານໃນພະແນກ ແລະ ກັບ ຫົວຫນ້າພະແນກອື່ນ,ບໍລິຫານວາງແຜນການຂາຍປະຈໍາປີ ກັບຜູ້ຊ່ວຍ ແລະ ຄູ່ຄ້າພັນທະມິດ, ສືກສາສິນຄ້າທີ່ຈໍາໜ່າຍໃນຫ້ອງຂາຍ ກວດກາ ແລະ ຕິດຕາມແຜນຂາຍ ຄູ່ກັບການປະເມີນປະສິດທິພາບໃນການເຮັດວຽກຂອງທີມເພື່ອໃຫ້ບັນລຸເປົ້າໜາຍການຂາຍ ໃນແຕ່ລະເດືອນ,ໄຕຣມາດ ປະຈຳປີ ທີ່ຕັ້ງໄວ້ ຈາກຄວາມພຶງພໍໃຈສູງສຸດຂອງລູກຄ້າ

ວຽກປະຈໍາວັນ:

1. ແກ້ໄຂ ແລະ ແນະນໍາການແກ້ໄຂບັນຫາປະຈໍາວັນໃຫ້ຜູ້ຊ່ວຍ.

ວຽກປະຈໍາອາທິດ:

1. ປະຊຸມ ແລະ ສະຫລຸກກັບທີມກ່ຽວກັບລາຍງານການຂາຍ ແລະ ຜົນງານທີມຈາກຜູ້ຊ່ວຍຫ້ອງຂາຍ ໃນແຕ່ລະຫມວດສີນຄ້າ ກັບກຸ່ມລູກຄ້າເປົ້າຫມາຍທີ່ Wlak in ແລະ ມາຈາກ FB Messenger, FB Live ເພື່ອທຽບກັບລາຍງານ FaceBook AD & Promotion ແລະ MIC Report, ພ້ອມທັງລາຍງານສະພາບຕະຫລາດຈາກ5ຄູ່ທຽບ ແລະ ແນະນຳແນວທາງໃຫ້ທີມເພື່ອໃຫ້ບັນລຸເປົ້າຫມາຍ(ວັນພຸດ)

2. ຜ່ານເອກະສານສັ່ງຊື້ສິນຄ້າໃຫ້ຖືກຕ້ອງ ຮັບປະກັນສີນຄ້າພໍພຽງ ເຫມາະສົມ ທຽບກັບສິຄ້າຄົງຄັງ ແຜນການຕະຫລາດ ຄວາມສາມາດໃນການຂາຍ ແຜນສັ່ງປະຈໍາໄຕມາດແລະ ເຄື່ອງກຳລັງຈະເຂົ້າ ເຊັນຢືນຢັນການສັ່ງ Oppo Vivo Weekly, Samsung Iphone 2week/1time, CE Monthly ວາງແຜນຂາຍເປັນປີ ແລະ ຕິດຕາມເປັນອາທິດ ແລະ ສະຫລຸບທຸກໄຕມາດເພື່ອບັນລຸແຜນຂາຍ(ທຸກວັນພະຫັດ).

3. ວິເຄາະສັງລວມໃຫ້ CEO ກ່ຽວກັບລາຍງານການຂາຍ(ວັນພຸດ) ທຽບກັບແຜນຂາຍ, ແຜນໂຄສະນາ, ແຜນສົ່ງເສີມການຂາຍ, ສະພາບຕະຫລາດ, ພ້ອມຂໍ້ສະເຫນີແນວທາງແກ້ໄຂບັນຫາຂອງຕົນກ່ອນເຂົ້າປະຊຸມວັນເສົາເພື່ອຂໍຄຳເຫັນ ຫລື ຂໍອະນຸມັດແຜນກັບ CEO ເພື່ອໃຫ້ແຜນການຂາຍເປັນໄປຕາມແຜນເດືອນ ແລະ ໄຕມາດ.

ວຽກປະຈໍາເດືອນ:

1. ປະຊຸມສະຫລຸບກັບທີມກ່ຽວກັບລາຍງານການຂາຍ ແລະ ຜົນງານທີມຈາກຜູ້ຊ່ວຍຫ້ອງຂາຍປະຈຳເດືອນ ໃນແຕ່ລະຫມວດສິນຄ້າ ກັບກຸ່ມລູກຄ້າເປົ້າຫມາຍທີ່ Wlak in ແລະ ມາຈາກ FB Messenger, FB Live ເພື່ອສົມທຽບກັບລາຍງານ FaceBook AD & Promotion ພ້ອມທັງອອກ FaceBook AD & Promotionໂຕໃຫມ່ ລວບລວມທັງຫມົດສະຫລຸບເປັນເດືອນເພື່ອລາຍງານCEO ແລະ ຄູ່ຄ້າພັນທະມິດ. ຮັບຟັງບັນຫາຂອງທີມ ນຳສະເຫນີແຜນແກ້ໄຂ ຫລື ເພີ່ມທະວີຜົນລັບທີ່ດີຮ່ວມກັບທີມຄົນເອງກ່ອນຫມົດໄຕມາດ.

2. ຜ່ານເອກະສານສັ່ງຊື່ສີນຄ້າໃຫ້ຖືກຕ້ອງ ຮັບປະກັນສີນຄ້າພໍພຽງ ເຫມາະສົມ ທຽບກັບສີຄ້າຄົງຄັງ ແຜນການຕະຫລາດ ຄວາມສາມາດໃນການຂາຍ ແຜນສັ່ງປະຈຳໄຕມາດ ແລະ ເູຄື່ອງກຳລັງຈະເຂົ້າ CE: LG, SHARP, TCL ແມ່ນວາງແຜນເປັນປີ ແລະ ຕິດຕາມເປັນໄຕມາດ ແລະ ເຊັນຢືນຢັນການສັ່ງ ທຸກເດືອນເພື່ອບັນລຸແຜນຂາຍ(ທຸກວັນພະຫັດສຸດທ້າຍຂອງເດືອນກ່ອນສົ່ງວັນທີ30).

3. ວິເຄາະສັງລວມໃຫ້CEO ກ່ຽວກັບລາຍງານການຂາຍປະຈຳເດືອນ Sale In(ວັນພຸດ) ທຽບກັບແຜນຂາຍ, ແຜນສົ່ງເສີມການຂາຍ, ສະພາບຕະຫລາດ ພ້ອມຂໍ້ສະເຫນີແນວທາງແກ້ໄຂບັນຫາຂອງຕົນກ່ອນເຂົ້າປະຊຸມວັນເສົາເພື່ອຂໍຄຳເຫັນ ຫລື ຂໍອະນຸມັດແຜນກັບ CEO ເພື່ອໃຫ້ແຜນການຂາຍເປັນໄປຕາມແຜນໄຕມາດ ແລະ ປີ.

4. ຕິດຕາມຜົນງານນຳທີມ ມອງລາງວັນ ຄິດໄລ່ເງິນດຸຫມັ່ນ ຫາກພະນັກງານ L1 ໄດ້ຜ່ານການສຶກສາໂອລົມກັບຫົວຫນ້າພະແນກແລ້ວ 4ຄັ້ງ/ອາທິດແຕ່ຍັງບໍ່ເກີດການປ່ຽນແປງເທົ່າທີ່ຄວນAsst.HR ຕ້ອງເຂົ້າCoaching ຫລື ຈັດຝຶກອົບຮົມ ເພື່ອເປັນເພື່ອນຊວນຄິດຫລື ປົດລ໋ອກທາງຄວາມຄິດເດືອນລະຄັ້ງລວມ2ເດືອນ ຫາກບໍ່ດີຂື້ນອາດພິຈາລະນາສັບປ່ຽນຫລືໂຍກຍ້າຍ ລວມໄເຖີງການກະກຽມພະນັກງານທົດແທນຕໍ່ໄປ

ວຽກປະຈໍາໄຕມາດ:

1. ປະຊຸມສະຫລຸບກັບທີມກ່ຽວກັບລາຍງານການຂາຍແລະຜົນງານທີມຈາກຜູ້ຊ່ວຍປະຈຳໄຕມາດໃນແຕ່ລະຫມວດສິນຄ້າ ກັບກຸ່ມລູກຄ້າເປົ້າຫມາຍທີ່ Wlak in ແລະ ມາຈາກ FB Messenger, FB Live ເພື່ອສົມທຽບກັບລາຍງານ FaceBook AD & Promotion ແລະ MIC Report ເຈລະຈາກັບຜູ້ສະຫນອງ ຄູ່ຄ້າ ເພື່ອສະຫລຸບຕໍ່ຄະນະ ແລະ ຄູ່ຄ້າພັນທະມິດ ພ້ອມທັງຈະຕ້ອງສໍາເລັດເປົ້າການຂາຍປະຈຳໄຕມາດຕໍ່ໄປ ກ່ອນວັນທີ15 ຂອງເດືອນສຸດທ້າຍຂອງໄຕມາດເກົ່າ.

2. ວິເຄາະສັງລວມໃຫ້CEO ກ່ຽວກັບລາຍງານການຂາຍປະຈຳໄຕມາດ(Wlak in ແລະ ມາຈາກ FB Messenger, FB Live ເພື່ອສົມທຽບກັບລາຍງານ FaceBook AD & Promotion)(ວັນພຸດ) ທຽບກັບແຜນຂາຍ, ແຜນສົ່ງເສີມການຂາຍ, ສະພາບຕະຫລາດແລ້ວສົ່ງໃຫ້ພະແນກຈັດຊື້ ສາງ CFO ເພື່ອຂື້ນແຜນຄຸ້ມຄອງຕໍ່ໄປ, ພ້ອມຂໍ້ສະເຫນີແນວທາງແກ້ໄຂບັນຫາຂອງຕົນກ່ອນເຂົ້າປະຊຸມປິດໄຕມາດ ເພື່ອຂໍຄໍາເຫັນແລະຂໍອະນຸມັດແຜນຈາກCEO ເພື່ອໃຫ້ແຜນການຂາຍເປັນໄປຕາມແຜນໄຕມາດ ແລະ ແຜນປີ

3. ຝຶກອົບຮົມສິນຄ້າໃຫມ່ ມອບລາງວັນ, ຄິດໄລ່ເງິນດຸຫມັ່ນ ຕິດຕາມຜົນງານ ຫາກພະນັກງານL2 ໄດ້ຜ່ານການສຶກສາໂອລົມກັບຫົວຫນ້າພະແນກແລ້ວ3ຄັ້ງ/ໄຕມາດ ແຕ່ຍັງບໍ່ເກີດການປ່ຽນແປງເທົ່າທີ່ຄວນ Asst.HR ຕ້ອງເຂົ້າCoaching ຫລື ຈັດຝຶກອົບຮົມ ເພື່ອເປັນເພື່ອນຊວນຄິດຫລື ປົດລ໋ອກທາງຄວາມຄິດ ໄຕມາດລະຄັ້ງລວມ2ໄຕມາດ ຫາກບໍ່ດີຂື້ນອາດພິຈາລະນາສັບປ່ຽນຫລືໂຍກຍ້າຍ ລວມໄເຖີງການກະກຽມພະນັກງານທົດແທນຕໍ່ໄປ